ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ​ຜູ້​ເສຍ​ຊີວິດ 15 ຄົນ​ຈາກ​ເຫດການ​ໂຈມ​ຕີ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ປາ​ກິດ​ສະຖານ


     ໜັງສືພິມ​ກອງ​ທັງ​ປະຊາຊົນ​ຫວຽດນາມ​ລາຍ​ງານ​ໃຫ້​ຮູ້ເມື່ອ​ວັນ​ທີ 30 ມັງກອນ 2024 ຜ່ານ​ມາ​ນີ້​ວ່າ: ເຫດການ​ໂຈມ​ຕີ 3 ຄັ້ງ
ໃສ່​ຄຸກ​ແຫ່ງ​ໜຶ່ງ​ໃນ​ແຂວງ ບາ​ໂລ​ຈິດ​ສະຖານ, ທາງ​ທິດຕາເວັນອອກ​ຂອງ ປາ​ກິດ​ສະຖານ ໂດຍ​ກຸ່ມ​ກໍ່​ການ​ຮ້າຍ​ພາຍ​ໃນ​ພື້ນ​ທີ່ ໄດ້​ເຮັດ​
ໃຫ້​ມີ​ຜູ້​ເສຍ​ຊີ​ວີດ​ຢ່າງ​ໜ້ອຍ 15 ຄົນ.

     ລາຍ​ງານ​ໄດ້​ໃຫ້​ຮູ້​ວ່າ: ກຸ່ມ​ກໍ່​ການ​ຮ້າຍ ​ໄດ້​ບຸກ​ໂຈມ​ຕີ​ໃສ່​ຄຸກ​ແຫ່ງ​ດັ່ງກ່າວ ດ້ວຍ​ການ​ຍິງ​ລູກ​ສອນ​ໄຟ ແລະ ຈຸດລະເບີດ​ສະຫຼະ​ຊີບ.
ຕໍ່​ກັບ​ເຫດການ​ດັ່ງກ່າວ, ກຳລັງ​ປ້ອງ​ກັນຊາດ​ຂອງ​ປາ​ກິດ​ສະຖານ ໄດ້​ຈັດ​ວາງ​ກຳລັງ​ເຂົ້າ​ປາບ​ປາມ ແລະ ສະກັດ​ກັ້ນ​ກຸ່ມ​ດັ່ງກ່າວ ເຊິ່ງ​ສາ
ມາດ​ຈັບ​ຕົວ​ສະມາຊິກ​ກຸ່ມ​ດັ່ງກ່າວ​ໄດ້​ຈຳນວນ​ໜຶ່ງ.

     ປັດຈຸບັນ, ກຸ່ມ​ກະບົດ​ຂອງ​ກອງທັບ​ປົດ​ປ່ອຍ​ບາ​ໂລ​ຈິດ​ສະຖານ (BLA), ເຊິ່ງ​ເປັນ​ອົງການ ທີ່​ບໍ່​ຂຶ້ນ​ກັບ​ລັດຖະບານ​ຂອງ​ປາ​ກິດ​ສະ
ຖານ ໄດ້​ອອກ​ມາ​ກ່າວ​ສະແດງ​ຄວາມ​ຮັບຜິດຊອບ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນ​ແລ້ວ.ເຫດການ​ໂຈມ​ຕີ​ດັ່ງກ່າວ ແມ່ນ​ເຫດການ​ກໍ່​ການ​ຮ້າຍ​ທີ່​
ຮ້າຍ​ແຮງ​ໜຶ່ງ ທີ່​ກໍ່​ຂຶ້ນ​ໂດຍ​ກຸ່ມ​​ກະບົດ​ໃນ​ປີ​ນີ້. ການ​ບຸກ​ໂຈມ​ຕີ​ດັ່ງກ່າວ ເປັນ​ການ​ຕອບ​ໂຕ້​​ຄືນການ​ກະທຳ​ຂອງ ປາ​ກິດ​ສະຖານທີ່​ໂຈມ​ຕີ​
ທາງ​ອາກາດ ໃສ່​ບ່ອນ​ລີ້​ຊ້ອນ​ຂອງ​ກຳລັງ​ກຸ່ມ​ດັ່ງກ່າວ​ໃນ ອີ​ຣານ ເມື່ອ​ຕົ້ນ​ເດືອນ ມັງກອນ ປີ 2024 ນີ້.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/02/2024